Lorem ipsum dolor sit amet, consectetur adipiscing elit. Suspendisse pellentesque vel dui interdum viverra. Donec vestibulum, eros luctus blandit laoreet, augue tellus

+01145928421
blu@example.com
Image12

ຄູ່ຮ່ວມມື

ຄູ່ຮ່ວມມືຂອງໂຄງການ MICRO4ASIA

ມະຫາວິທະຍາໄລ ມາຊາລິກ (MUNI)

ມະຫາວິທະຍາໄລ ມາຊາລິກ (MUNI), ແມ່ນມະຫາວິທະຍາໄລຂອງລັດທີ່ໃຫຍ່ເປັນອັນດັບສອງຂອງປະເທດສາທາລະນະລັດ ແຊັກ, ມີບົດບາດສຳຄັນໃນການສຶກສາ ແລະ ການຄົ້ນຄວ້າ, ໂດຍສະເພາະຜ່ານ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ECON MUNI). ໃນຖານະທີ່ເປັນສະຖາບັນນຳໜ້າ, ມະຫາວິທະຍາໄລໄດ້ມີສ່ວນຮ່ວມໃນການຄົ້ນຄວ້າຫຼາກຫຼາຍ ແລະ ໂຄງການຮ່ວມມືລະດັບຊາດທີ່ຄອບຄຸມ 10 ຄະນະວິຊາ, ສະແດງອອກຄວາມມຸ້ງໝັ້ນຢ່າງແຮງກ້າໃນການປະກອບສ່ວນດ້ານວິຊາການທັງພາກພື້ນ ແລະ ສາກົນ. ພາກວິຊາເສດຖະສາດບໍລິຫານ, ອົງປະກອບຫຼັກຂອງ ECON MUNI, ໄດ້ເນັ້ນໜັກໃສ່ການບໍລິຫານທຸລະກິດ ແລະ ຂ່າວສານຂໍ້ມູນ ໂດຍຜ່ານຫຼັກສູດ ແລະ ລາຍວິຊາທີ່ຄອບຄຸມ ໃນລະດັບປະລິນຍາຕີ, ປະລິນຍາໂທ, ແລະ ປະລິນຍາເອກ. ນັບແຕ່ເລີ່ມສ້າງຕັ້ງ ໃນປີ 1999, ພາກວິຊາດັ່ງກ່າວແມ່ນມີປະສົບການ ແລະ ເປັນທີ່ຍອມຮັບດ້ານການຄົ້ນຄວ້າ, ເນັ້ນໜັກໃສ່ການເຄື່ອນໄຫວກິດຈະກຳອົງກອນ ແລະ ຜົນກະທົບເສດຖະກິດໃນວົງກວ້າງ. ພາລະກິດຂອງ MUNI ແມ່ນກຽມນັກສຶກສາໃຫ້ພ້ອມເພື່ອເປັນຜູ້ນຳທີ່ມີຄວາມຮັບຜິດຊອບ ແລະ ປະກອບສ່ວນຢ່າງມີຄຸນນະພາບສູງ, ການຄົ້ນຄວ້າວິໄຈທີ່ມີຜົນກະທົບ ເຊິ່ງສອດຄ່ອງກັບຈຸດປະສົງຂອງໂຄງການ MICRO4ASIA ເຊິ່ງສະທ້ອນຈຸດແຂງໃນການຮ່ວມມືລະດັບສາກົນ, ຈັນຍາບັນຂອງພາວະຜູ້ນຳ ແລະ ການຮຽນຮູ້ຢ່າງຕໍ່ເນື່ອງ.

ມະຫາວິທະຍາໄລ ດູໂບນິກ (UNIDU)

ມະຫາວິທະຍາໄລ  ດຸໂບນິກ (UNIDU) ໄດ້ຖືກສ້າງຕັ້ງຂື້ນໃນປີ 2003. ມະຫາວິທະຍາໄລໄດ້ໃຫ້ນັກສຶກສາມີໂອກາດໄດ້ສຶກສາໃນຕົວເມືອງທີ່ໃຫຍ່ ແລະ ເປັນທີ່ນິຍົມທີ່ສຸດຂອງ Croatia. ຕົວເມືອງທີ່ໄດ້ຖືກຂື້ນທະບຽນເປັນມໍລະດົກໂລກໂດຍອົງກອນ UNESCO ໃນປີ 1979, ຕັ້ງຢູ່ທະເລ ອາເດຣຍຕິກ (Adriatic), ແລະ ເປັນມະຫາວິທະຍາໄລທີ່ມີຄວາມເຂັ້ມແຂງໃນດ້ານວິທະຍາສາດການທະເລ. ມະຫາວິທະຍາໄລດັ່ງກ່າວມີນັກສຶກສາປະມານ 2,000 ຄົນ, ແລະ ຜູ້ທີ່ມີຄວາມສົນໃຈສາມາດຄົ້ນຫາເອກະສານທີ່ຈຳເປັນໄດ້ໃນເວບໄຊຂອງມະຫາວິທະຍາໄລ. ມະຫາວິທະຍາໄລໄດ້ແບ່ງອອກເປັນ 6 ພາກວິຊາ. ມະຫາວິທະຍາໄລ ດູໂບນິກ ມີຄວາມໂດດເດັ່ນໃນການເປັນຜູ້ບຸກເບີກທຳອິດຂອງມະຫາວິທະຍາໄລຕ່າງໆໃນ Croatia ທີ່ສ້າງຕັ້ງ micro-credentials. ຍ້ອນເປັນສ່ວນໜຶ່ງຂອງໂຄງການ MICRO4ASIA, ມະຫາວິທະຍາໄລຈະໃຊ້ປະໂຫຍດຈາກປະສົບການ ແລະ ຄວາມຊ່ຽວຊານໃນການພັດທະນາ, ການອອກແບບ ແລະ ການຍອມຮັບ micro-credentials, ແລະ ແບ່ງປັນຂໍ້ມູນເຫຼົ່ານີ້ໃນບໍລິບົດຂອງຢູໂຣບ.

ມະຫາວິທະຍາໄລ ເຊຍນາ (UNISI)

ມະຫາວິທະຍາໄລ ເຊຍນາ (UNISI) ແມ່ນໜຶ່ງໃນມະຫາວິທະຍາໄລທີ່ໄດ້ຮັບທຶນຈາກລັດຖະບານ ແລະ ເກົ່າແກ່ທີ່ສຸດໃນອີຕາລີ. ມະຫາວິທະຍາໄລໄດ້ຖືກສ້າງຕັ້ງຂື້ນໃນປີ 1240 ແລະ ມີນັກສຶກສາປະມານ 20,000 ຄົນ. ມະຫາວິທະຍາໄລເຊຍນາມອບໃບປະລິນຍາໃນຮອບທີທຳອິດ, ຮອບທີສອງ ແລະ ຮອບຍາວຮອບດຽວ ໃນຂະແໜງການລຸ່ມນີ້:

ເສດຖະສາດ, ການຢາ, ກົດໝາຍ, ວິສະວະກຳສາດ, ສີລະປະ ແລະມະນຸດສາດ, ສີລະປະ ແລະ ມະນຸດສາດ ໃນ Arezzo, ວິທະຍາສາດສັງຄົມ ແລະ ການເມືອງ, ການແພດ ແລະ ສັນລະຍະກຳ, ທັນຕະກຳປະດິດ, ຄະນິດສາດ, ວິທະຍາສາດກາຍະພາບ ແລະ ທຳມະຊາດ; ແລະ ດຳເນີນງານໃນ 15 ຄະນະ. UNISI ທີ່ເປັນມະຫາວິທະຍາໄລຊັ້ນນຳຂອງຢູໂຣບ ໃນຂະແໜງເສດຖະສາດ ແລະ ການເງິນ ຈະມີບົດບາດສຳຄັນໃນໂຄງການ ໂດຍໃຫ້ການຊ່ວຍເຫຼືອບັນດາມະຫາວິທະຍາໄລຕ່າງໆໃນປະເທດຄູ່ຮ່ວມມື ເພື່ອພັດທະນາ micro-credentials ໃນຂະແໜງເສດຖະສາດ, ການທະນາຄານ, ແລະ ການເງິນ.

Institut de Haute Formation aux Politiques Communautaires (IHF)

Institut de Haute Formation aux Politiques Communautaires (IHF) ຖືກສ້າງຕັ້ງຂື້ນໃນ Brussels ໃນປີ 2003, ຊຳນານໃນ VET, ການສຶກສາຜູ້ໃຫຍ່, ແລະ ການສຶກສາຂັ້ນສູງ. ມີການຈັດເຝິກອົບຮົມໃຫ້ຜູ້ຮຽນ 5,500 ຄົນ, IHF ເນັ້ນໜັກໃສ່ການປະກອບກິດຈະການ, ດິຈິຕອນ ແລະ ທັກສະທາງສັງຄົມ (soft skills), ແລະ ນະໂຍບາຍ ແລະ ລະບຽບຂອງ EU. ພວກເຂົາມີປະສົບການໂດດເດັ່ນໃນເລື່ອງການບໍລິຫານ ແລະ ການເຜີຍແຜ່ ໂຄງການ CBHE ພາຍໃຕ້ Erasmus+, ໂດຍນຳໃຊ້ປະໂຫຍດຈາກເຄືອຂ່າຍລະຫວ່າງປະເທດທີ່ເຂັ້ມແຂງ ສຳລັບການມີສ່ວນຮ່ວມໃນໂຄງການຢ່າງສ້າງສັນ. ໃນຖານະທີ່ເປັນສະມາຊິກຜູ້ຫ້າວຫັນຂອງສະມາຄົມປະຕິບັດການ  DIGCOMP, IHF ຊຸກຍູ້ຄວາມສາມາດດ້ານດີຈີຕອນໃນການສຶກສາ, ມີທັກສະຄວາມຊ່ຽວຊານສະເພາະດ້ານ, ມີຄວາມສາມາດ, ແລະ ພັດທະນາມະນຸດ, ໂດຍສະເພາະໃນວຽກງານ micro-credentials, IHF ນໍາເອົາປະສົບການຫຼາຍກວ່າ 20 ປີ ໃນການດຳເນີນບັນດາໂຄງການທີ່ສະໜັບສະໜູນໂດຍ EU ແລະ ຄວາມຊຳນານໃນນະໂຍບາຍການສຶກສາຂອງ EU. ບົດບາດຂອງພວກເຂົາໃນໂຄງການ MICRO4ASIA ປະກອບດ້ວຍ ການນຳເອົາຄວາມຊ່ຽວຊານໃນກຸ່ມວຽກທາງຂວາງ ແລະ ດ້ານເຕັກນິກ, ແລະ ໃຫ້ຂໍ້ມູນທາງເລິກໃນການອອກແບບ ແລະ ຖ່າຍທອດ micro-credential.

University of Economics of Ho Chi Min City (UEH)

University of Economics of Ho Chi Min City (UEH) ເປັນມະຫາວິທະຍາໄລຊັ້ນນຳໃນຫວຽດນາມ, ໄດ້ມີການປະກອບສ່ວນຢ່າງສຳຄັນໃນກຸ່ມການຄົ້ນຄວ້າວິທະຍາສາດ ຜ່ານການຕີພີມລະດັບສາກົນ, ການສຶກສາແບບນຳໃຊ້, ແລະ ມີເຄືອຂ່າຍການຄົ້ນຄວ້າວິໄຈທີ່ກວ້າງຂວາງກວ່າ 125 ຄູ່ຮ່ວມມື. ມີກຸ່ມອາຈານທີ່ມີຄຸນວຸດທິສູງຈາກບັນດາສະຖາບັນທ້ອງຖິ່ນ ແລະ ຕ່າງປະເທດ. UEH ປະສົບຄວາມສຳເລັດໃນສ້າງບັນດິດໃນດ້ານເສດຖະສາດ ແລະ ບໍລິຫານທຸລະກິດ, ເຊິ່ງຫຼາຍໆຄົນແມ່ນມີບົດບາດສຳຄັນໃນອົງກອນ ແລະ ຫ້ອງການລັດຖະບານ, ສະຖາບັນການສຶກສາຂັ້ນສູງ, ແລະ ອົງການທ້ອງຖິ່ນ ແລະ ສາກົນ. UEH ມີຄວາມພູມໃຈໃນການເລີ່ມຕົ້ນເສັ້ນທາງເພື່ອກ້າວສູ່ການເປັນມະຫາວິທະຍາໄລ UEH ທີ່ມີຄວາມຍືນຍົງ ແລະ ມີຄວາມຫຼາກຫຼາຍໃນສາຂາຮຽນ. ມະຫາວິທະຍາໄລໄດ້ຮັບການຈັດລຳດັບ ແລະ ລາງວັນຕ່າງໆຈາກທັງພາຍໃນ ແລະ ຕ່າງປະເທດ, ລວມເຖິງການເປັນມະຫາວິທະຍາໄລນຳໜ້າໃນຫວຽກນຳ ແລະ ຕິດໜຶ່ງໃນ 1000 ຂອງມະຫາວິທະຍາໄລທຸລະກິດທີ່ດີທີ່ສຸດໃນໂລກ, ແລະ ຕິດໜຶ່ງໃນ 25 ມະຫາວິທະຍາໄລຂອງໂລກໃນດ້ານການຖ່າຍໂອນຄວາມຮູ້.

Banking University of Ho Chi Min City (BUH)

Banking University of Ho Chi Min City (BUH) ສັງກັດໃນທະນາຄານລັດຂອງຫວຽດນາມ ແຕ່ປີ 1976, ມີການສະໜອງຫຼັກສູດການຮຽນ – ການສອນ ທີ່ຫຼາກຫຼາຍ ໃນ 18 ສາຂາວິຊາ ໃຫ້ກັບນັກສຶກສາຫຼາຍກວ່າ 13,000 ຄົນ. ມີອາຈານເກືອບ 500 ທ່ານ ລວມທັງຊ່ຽວຊານ ແລະ ນັກຄົ້ນຄວ້າວິໄຈ, BUH ດຳເນີນງານໃນ 3 ວິທະຍາເຂດ ເຊິ່ງວິທະຍາເຂດທີ່ໃຫຍ່ທີ່ສຸດມີເນື້ອທີ່ຫຼາຍກວ່າ 11 ເຮັກຕາ. ໄດ້ຮັບການຍອມຮັບໃນການປະກອບສ່ວນບົດຄົ້ນຄວ້າດ້ານເສດຖະກິດ, BUH ຈັດຢູ່ໃນມະຫາວິທະຍາໄລຊັ້ນນຳຂອງຫວຽດນາມໃນການຕີພີມລະດັບສາກົນດ້ານເສດຖະສາດ. ໄດ້ສ້າງບັນດິດຫຼາຍກວ່າ 50,000 ຄົນ ເຂົ້າໃນບົດບາດວຽກງານທີ່ສຳຄັນໃນຂະແໜງການ.

National Economics University of Hanoi (NEU)

National Economics University of Hanoi (NEU) ຖືກສ້າງຕັ້ງຂື້ນໃນປີ 1956 ແລະ ເປັນໜຶ່ງໃນມະຫາວິທະຍາໄລຊັ້ນນຳດ້ານ ເສດຖະສາດ, ການບໍລິຫານ ແລະ ບໍລິຫານທຸລະກິດ ໃນຫວຽດນາມ. NEU ໃນບູລິມະສິດໃນດ້ານຄຸນນະພາບການສອນ ແລະ ການກຽມຄວາມພ້ອມດ້ານການຈ້າງງານໃຫ້ກັບນັກສຶກສາໃນສະພາບແວດລ້ອມທີ່ການແຂ່ງຂັນເພີ່ມສູງຂື້ນ. ມີພະນັກງານ 1,200 ຄົນ ເຊິ່ງລວມມີສາດສະດາຈານ ແລະ ຮອງສາດສະດາຈານຫຼາຍກວ່າ 150 ທ່ານ ແລະ ວຸດທິປະລິນຍາເອກຫຼາຍກວ່າ 200 ທ່ານ. ປັດຈຸບັນ NEU ມີການເຝິກອົບຮົມ ແລະ ໃຫ້ການສຶກສາແກ່ນັກສຶກສາຫຼາຍກວ່າ 35,000 ຄົນຕໍ່ປີ ໃນລະດັບປະລິນຍາຕີ, ປະລິຍາໂທ, ແລະ ປະລິນຍາເອກ.

ມະຫາວິທະຍາໄລແຫ່ງຊາດລາວ (NUOL)

ມະຫາວິທະຍາໄລແຫ່ງຊາດລາວ (NUOL) ສ້າງຕັ້ງຂື້ນໃນປີ 1996 ທີ່ນະຄອນຫຼວງວຽງຈັນ, ເປັນສະຖາບັນການສຶກສາຂັ້ນສູງຂອງລັດທີ່ບໍ່ສະແຫວງຜົນກຳໄລ ທີ່ຖືກຮັບຮອງໂດຍກະຊວງສຶກສາທິການ ແລະ ກິລາ. ມີນັກສຶກສາ 25,000 – 29,999 ຄົນ, NUOL ສະໜອງການສຶກສາໃນຫຼາກຫຼາຍລະດັບ ລວມມີ ລະດັບປະລິນຍາຕີ, ປະລິນຍາໂທ, ແລະ ປະລິນຍາເອກ ໃນຫຼາຍສາຂາຮຽນ. ມີຄວາມໂດດເດັ່ນໃນການຄັດເລືອກນັກສຶກສາເຂົ້າຮຽນ ໂດຍອີງຕາມການສອບເສັງຄັດເລືອກ NUOL ມີການເປີດໃຫ້ຜູ້ສະໝັກທີ່ເປັນຕ່າງປະເທດ,  ສະແດງໃຫ້ເຫັນຄວາມທຸ້ມເທໃນການຫັນເປັນສາກົນ ແລະ ມີຄວາມຫຼາກຫຼາຍ. ມະຫາວິທະຍາໄລສະໜັບສະໜຸນການສ້າງປະສົບການການສຶກສາທີ່ຮອບດ້ານດ້ວຍສິ່ງອຳນວຍຄວາມສະດວກຕ່າງໆ ເຊັ່ນ ຫ້ອງສະໝຸດ, ທີ່ພັກອາໄສ, ສະໜາມກິລາ ແລະ ໂອກາດທີ່ຈະໄດ້ໄປສຶກສາຕໍ່ຕ່າງປະເທດ, ຫຼັກສູດແລກປ່ຽນ ແລະ ການຮຽນອອນລາຍ.

ສະຖາບັນທະນາຄານ (BIBOL)

ສະຖາບັນທະນາຄານ (BIBOL) ແມ່ນທຽບເທົ່າຄະນະວິຊາ ສັງກັດ ທະນາຄານແຫ່ງ ສປປ ລາວ ໄດ້ສ້າງຕັ້ງຂື້ນໃນປີ 1979. BIBOL ສະໜອງການສຶກສາໃນລະດັບປະລິນຍາຕີ ສາຂາການທະນາຄານ, ການບັນຊີ, ການເງິນ, ການເງິນຈຸລະພາກ ແລະ ການກວດສອບ; ແລະ ຍັງໃຫ້ການສຶກສາໃນລະດັບປະລິນຍາໂທການທະນາຄານ ແລະ ການເງິນ. ນອກຈາກນີ້, BIBOL ຍັງໄດ້ໃຫ້ການເຝິກອົບຮົມທີ່ຕິດພັນກັບການທະນາຄານ, ການເງິນ, ການບັນຊີ ແລະ ອື່ນໆ. ໃນອະນາຄົດ, BIBOL ມີແຜນເຮັດການຄົ້ນຄວ້າເພື່ອພັດທະນາພະນັກງານວິຊາການຂອງ BIBOL ຄຽງຄູ່ກັບການເພີ່ມການຮ່ວມມືດ້ານເຕັກນິກກັບບັນດາອົງກອນຕ່າງໆໃນລາວ, ພາກພື້ນ ແລະ ຕ່າງປະເທດ.

ມະຫາວິທະຍາໄລຈຳປາສັກ (CU)

ມະຫາວິທະຍາໄລຈຳປາສັກ (CU) ສະຖາບັນການສຶກສາຂອງລັດ ຢູ່ພາຍໃຕ້ກົມການສຶກສາຂັ້ນສູງ, ກະຊວງສຶກສາທິການ ແລະ ກິລາ ມີຈຸດປະສົງສະໜອງການສຶກສາຂັ້ນສູງໃນພາກໃຕ້ລາວ, ເນັ້ນໃສ່ການເຝິກອົບຮົມຊັບພະຍາກອນມະນຸດ ດ້ວຍຄວາມຮູ້ວິຊາສະເພາະ ແລະ ຄວາມພ້ອມໃນການບໍລິການສັງຄົມ. ປະກອບມີ 6 ຄະນະວິຊາ ລວມມີ ການກະເສດ ແລະ ການປະມົງ, ການສຶກສາ, ເສດຖະສາດ ແລະ ຄຸ້ມຄອງ, ວິສະວະກຳ, ແລະ ວິທະຍາສາດທຳມະຊາດ. CU ໄດ້ຕິດຕັ້ງສິ່ງອຳນວຍຄວາມສະດວກ ເຊັ່ນ ຫໍສະໝຸດກາງ, ສູນ ICTມ ແລະ ສູນຄົ້ນຄວ້າວິໄຈການກະເສດ. ມີພະນັກງານ 420 ຄົນ, ມີນັກຮຽນ 3,547 ຄົນ ໂດຍມີຫຼັກສູດປະລິນຍາໂທ 5 ຫຼັກສູດ ແລະ ປະລິນຍາຕີ 41 ຫຼັກສູດ. CU ໄດ້ມີການຮ່ວມມືສາກົນໂດຍຜ່ານ ບັນທຶກຄວາມເຂົ້າໃຈ ແລະ ບັນທຶກຂໍ້ຕົກລົງ 35 ສະບັບ ແລະ ຂໍ້ຕົກລົງຮ່ວມມື 13 ສະບັບ ກັບຄູ່ຮ່ວມມືທີ່ສ່ວນໃຫຍ່ແມ່ນຢູ່ອາຊີ ແລະ ຢູໂຣບ.