Lorem ipsum dolor sit amet, consectetur adipiscing elit. Suspendisse pellentesque vel dui interdum viverra. Donec vestibulum, eros luctus blandit laoreet, augue tellus

+01145928421
blu@example.com
Image12

ກ່ຽວກັບໂຄງການ

ໂຄງການໂດຍສັງເກຂບ

MICRO4ASIA ແມ່ນໂຄງການສ້າງຂີດຄວາມສາມາດໃນການສຶກສາຂັ້ນສູງ (CBHE) ພາຍໃຕ້ການສະໜັບສະໜູນໂດຍໂປຼແກມ Erasmus+ ຂອງສະຫະພາບຢູໂຣບ. ໂຄງການດັ່ງກ່າວມີຈຸດປະສົງເພື່ອສະໜັບສະໜູນມະຫາວິທະຍາໄລຕ່າງໆ ໃນ ຫວຽດນາມ ແລະ ລາວ ຍົກສູງຄວາມເຂັ້ມແຂງຂອງພວກເຂົາໃນຍຸດທະສາດການຫັນເປັນສາກົນ ໂດຍຜ່ານການອອກແບບ, ການຈັດຕັ້ງປະຕິບັດ ແລະ ການຮັບຮູ້ຮ່ວມກັນຕໍ່ກັບ micro-credentials. MICRO4ASIA ເຕົ້າໂຮມບັນດາຄູ່ຮ່ວມມືຈາກຢູໂຣບ ແລະ ອາຊີຕາເວັນອອກສຽງໃຕ້ ເພື່ອສົ່ງເສີມເສັ້ນທາງການຮຽນຮູ້ທີ່ຢືດຢຸນ, ເພີ່ມຄວາມຄ່ອງຕົວໃຫ້ກັບນັກສຶກສາ ແລະ ພະນັກງານ, ຊຸກຍູ້ການຮ່ວມມືລະຫວ່າງສະຖາບັນ ແລະ ຕະຫຼາດແຮງງານ.

ຈຸດປະສົງ:

ຈຸດປະສົງຫຼັກຂອງໂຄງການ MICRO4ASIA ແມ່ນ:

  • ເພື່ອສົ່ງເສີມການຮັບຮອງເອົາ micro-credential ເປັນເຄື່ອງມືສຳລັບການຫັນເປັນສາກົນ ແລະ ການຮຽນຮູ້ຕະຫຼາດຊີວິດ.
  • ເພື່ອພັດທະນາ 36 ຫຼັກສູດ micro-credential ໃນຂະແໜງການທີ່ຕິດພັນກັບຄວາມຕ້ອງການຂອງຕະຫຼາດແຮງງານ.
  • ເພື່ອຊຸກຍູ້ການຮ່ວມມືລະຫວ່າງສະຖາບັນ ແລະ ການຍອມຮັບຂອບວຽກ micro-credentials ຮ່ວມກັນ
  • ເພື່ອສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດ ແລະ ການສົ່ງມອບແບບດີຈີຕອນ.
  • ເພີ່ມເພີ່ມບົດບາດຂອງສະຖາບັນການສຶກສາຂັ້ນສູງໃນການສົ່ງເສີມການຈ້າງງານ ແລະ ພັດທະນາທັກສະຕ່າງໆ.