MICRO4ASIA Project Advances Micro-Credential Development Through a Hands-on Workshop and an Annual Meeting in Dubrovnik
08.12.2025
ຂ່າວປະຊາສຳພັນ
ໂຄງການ MICRO4ASIA ໄດ້ເພີ່ມທະວີການພັດທະນາຂອງໃບຢັ້ງຢືນຈຸລະພາກ (Micro-Credential) ຜ່ານກອງປະຊຸມສໍາມະນາ (Workshop) ແລະ ກອງປະຊຸມປະຈໍາປີ (Annual Meeting) ທີ່ເມືອງ ດູໂບວນິກ (Dubrovnik)
ຄູ່ຮ່ວມມືຈາກ 6 ປະເທດ: ສສ ຫວຽດນາມ, ສປປ ລາວ, ອີຕາລີ, ແບນຊິກ, ສາທາລະນະລັດ ເຊັກ ແລະ ໂຄຣເອເຊຍ ໄດ້ພົບປະກັນໃນລະຫວ່າງ ວັນທີ 24 – 28 ພະຈິກ ທີ່ມະຫາວິທະຍາໄລ Dubrovnik ເພື່ອເພີ່ມທະວີການຮ່ວມມື ກ່ຽວກັບການພັດທະນາ, ການຮັບປະກັນຄຸນນະພາບ ແລະ ການຮັບຮູ້ ຂອງໃບຢັ້ງຢືນຈຸລະພາກ (Micro-Credential) ໃນ ສສ ຫວຽດນາມ ແລະ ສປປ ລາວ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການ MICRO4ASIA ທີ່ຢູ່ພາຍໃຕ້ໂຄງການ Erasmus+. ການພົບປະກັນໃນຄັ້ງນີ້ໄດ້ໂຮມເອົາ ກອງປະຊຸມສໍາມະນາການສ້າງຂີດຄວາມສາມາດ ເຂົ້າກັບ ກອງປະຊຸມຂອງສະມາຊິກປະຈຳປີຄັ້ງທຳອິດຂອງໂຄງການ.
ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໂດຍ ມະຫາວິທະຍາໄລ ດູໂບວນິກ (Dubrovnik University) ຮ່ວມກັບມະຫາວິທະຍາໄລ ມາຊາຣິກ (Masaryk University), ໂດຍໄດ້ແນະນໍາພະນັກງານວິຊາການຜ່ານລັກສະນະສຳຄັນຂອງການອອກແບບຂອງໃບຢັ້ງຢືນຈຸນລະພາກ (Micro-Credential) ຄື: ການຈັດລຽງຜົນໄດ້ຮັບຈາກການຮຽນຮູ້ໃຫ້ສອດຄ່ອງກັບຂອບວຽກຂອງ EU, ການປະເມີນປະລິມານວຽກຢ່າງໂປ່ງໃສ, ການເຊື່ອມໂຍງການປະເມີນຜົນເຂົ້າໃນລະບົບຮັບປະກັນຄຸນນະພາບຂອງສະຖາບັນ, ແລະ ການກະກຽມແຜນການຈັດຕັ້ງປະຕິບັດ. ຜູ້ເຂົ້າຮ່ວມຈາກສະຖາບັນຄູ່ຮ່ວມມືໄດ້ເຮັດວຽກເປັນກຸ່ມ ເພື່ອປັບປຸງຮ່າງໃບຢັ້ງຢືນຈຸລະພາກຂອງພວກເຂົາ ແລະ ຄົ້ນຫາວິທີແກ້ໄຂຕໍ່ກັບສິ່ງທ້າທາຍທົ່ວໄປໃນການບໍລິຫານ, ການຮັບຮູ້ ແລະ ການສື່ສານ ກັບອົງການຂອງລັດຢ່າງເປັນທາງການ.
ກອງປະຊຸມໄດ້ສິ້ນສຸດລົງດ້ວຍການນຳສະເໜີ Micro-Credentials ທີ່ໄດ້ຮັບການປັບປຸງຈາກຄູ່ຮ່ວມມື ແລະ ການປະກອບຄໍາຄິດເຫັນຈາກເພື່ອນຮ່ວມມືໃນເອີຣົບ. ຜົນໄດ້ຮັບນີ້ຈະປະກອບສ່ວນໂດຍກົງຕໍ່ກັບ ການກະກຽມຊຸດເຄື່ອງມືການສ້າງຄວາມອາດສາມາດ ແລະ ບັນດາກິດຈະກຳຂອງໂຄງການ ທີ່ໃກ້ຈະມາເຖິງນີ້.
“ເປົ້າໝາຍຂອງພວກເຮົາແມ່ນ ເພື່ອຊ່ວຍສະຖາບັນຄູ່ຮ່ວມມືພັດທະນາໃບຢັ້ງຢືນຈຸລະພາກ ທີ່ໂປ່ງໃສ, ໜ້າເຊື່ອຖື ແລະ ສາມາດປຽບທຽບໄດ້ໃນລະດັບສາກົນ,” ກ່າວໂດຍ ທ່ານ Nebojša Stojčić, ອະທິການບໍດີຂອງ ມະຫາວິທະຍາໄລ Dubrovnik. “ກອງປະຊຸມສໍາມະນາໄດ້ສະແດງໃຫ້ເຫັນວ່າ ການແລກປ່ຽນຄວາມຊ່ຽວຊານ ແລະ ການຮ່ວມມືຕົວຈິງ ສາມາດເລັ່ງໃຫ້ໜ້າວຽກຂອງບັນດາຄູ່ຮ່ວມມື ມີີຄວາມຄືບໜ້າຢ່າງໄວວາ”
ຕໍ່ຈາກກອງປະຊຸມສໍາມະນາ, ສະມາຊິກໄດ້ເຕົ້າໂຮມກັນ ເພື່ອເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທຳອິດ, ໂດຍທົບທວນຄວາມຄືບໜ້າໃນບັນດາຊຸດວຽກງານ, ລວມທັງການພັດທະນາໃບຢັ້ງຢືນຈຸນລະພາກ (WP3), ກົນໄກການຮັບຮູ້ (WP4), ແລະ ການຮັບປະກັນຄຸນນະພາບ (WP5). ຄູ່ຮ່ວມມືໄດ້ກໍານົດບູລິມະສິດສໍາລັບປີ 2026, ໂດຍສຸມໃສ່ການທົດລອງກັບຜູ້ຮຽນ, ການພັດທະນາຂອບການຮັບຮູ້ໃນພາກພື້ນ, ການເສີມສ້າງກິດຈະກຳການສື່ສານ ແລະ ການເຜີຍແຜ່, ແລະ ການກະກຽມສຳລັບກອງປະຊຸມ ຢູ່ໃນ ສປປ ລາວ ແລະ ສສ ຫວຽດນາມ. ໂຄງການ MICRO4ASIA ຈະສືບຕໍ່ເຮັດວຽກ ເພື່ອບັນລຸລະບົບໃບຢັ້ງຢືນຈຸລະພາກທີ່ຍືນຍົງ ແລະ ເຂົ້າກັນໄດ້ ເພື່ອສະໜັບສະໜູນການຮຽນຮູ້ຕະຫຼອດຊີວິດ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານໃນອາຊີຕາເວັນອອກສ່ຽງໃຕ້.
ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ. ຢ່າງໃດກໍຕາມ, ທັດສະນະ ແລະ ຄວາມຄິດເຫັນທີ່ມີຕໍ່ບົດຄວາມນີ້ແມ່ນເປັນຂອງຜູ້ຂຽນເທົ່ານັ້ນ, ເຊິ່ງບໍ່ໄດ້ສະທ້ອນເຖິງທັດສະນະຂອງ ສະຫະພາບເອີຣົບ ຫຼື ອົງການບໍລິຫານການສຶກສາ ແລະ ວັດທະນະທຳເອີຣົບ (EACEA). ດັ່ງນັ້ນ, ທັງສະຫະພາບເອີຣົບ ແລະ EACEA ຈະບໍ່ມີສ່ວນກ່ຽວຂ້ອງໃນການຮັບຜິດຊອບຕໍ່ກັບເນື້ອໃນດັ່ງກ່າວນີ້.