ສະຖາບັນຝຶກອົບຮົມຂັ້ນສູງກ່ຽວກັບນະໂຍບາຍຊຸມຊົນ (Institut De Haute Formation Aux Politiques Communautaires “IHF”) ໃນເອີຣົບ ໄດ້ປະກອບສ່ວນໃນກອງປະຊຸມສໍາມະນາ (Workshop) ຈັດຂຶ້ນທີ່ ເມືອງ ເບີໂນ
ໃນວັນທີ 15 ຫາ 18 ກັນຍາ 2025, ສະມາຊິກຂອງໂຄງການ MICRO4ASIA ໄດ້ເຕົ້າໂຮມກັນຢູ່ທີ່ ເມືອງເບີໂນ, ປະເທດ ສ.ເຊັກ (Brno, Czech Republic) ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ທີ່ຈັດຂຶ້ນໂດຍ ມະຫາວິທະຍາໄລ ມາຊາຣິກ (Masaryk University). ໃນກອງປະຊຸມ ແມ່ນໄດ້ເນັ້ນໃສ່ ການພັດທະນາ ແລະ ການຮັບຮູ້ຂອງ ໃບຢັ້ງຢືນຈຸລະພາກ (Micro-Credentials) ໃນບັນດາປະເທດຄູ່ຮ່ວມມື ໃນອາຊີຕາເວັນອອກສຽງໃຕ້ ແລະ ເອີຣົບ.
Read More