MICRO4ASIA Project Advances Micro-Credential Development Through a Hands-on Workshop and an Annual Meeting in Dubrovnik
ຄູ່ຮ່ວມມືຈາກ 6 ປະເທດ: ສສ ຫວຽດນາມ, ສປປ ລາວ, ອີຕາລີ, ແບນຊິກ, ສາທາລະນະລັດ ເຊັກ ແລະ ໂຄຣເອເຊຍ ໄດ້ພົບປະກັນໃນລະຫວ່າງ ວັນທີ 24 - 28 ພະຈິກ ທີ່ມະຫາວິທະຍາໄລ Dubrovnik ເພື່ອເພີ່ມທະວີການຮ່ວມມື ກ່ຽວກັບການພັດທະນາ, ການຮັບປະກັນຄຸນນະພາບ ແລະ ການຮັບຮູ້ ຂອງໃບຢັ້ງຢືນຈຸລະພາກ (Micro-Credential) ໃນ ສສ ຫວຽດນາມ ແລະ ສປປ ລາວ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການ MICRO4ASIA ທີ່ຢູ່ພາຍໃຕ້ໂຄງການ Erasmus+. ການພົບປະກັນໃນຄັ້ງນີ້ໄດ້ໂຮມເອົາ ກອງປະຊຸມສໍາມະນາການສ້າງຂີດຄວາມສາມາດ ເຂົ້າກັບ ກອງປະຊຸມຂອງສະມາຊິກປະຈຳປີຄັ້ງທຳອິດຂອງໂຄງການ.
Read More