Lorem ipsum dolor sit amet, consectetur adipiscing elit. Suspendisse pellentesque vel dui interdum viverra. Donec vestibulum, eros luctus blandit laoreet, augue tellus

+01145928421
blu@example.com
Image12

ໂຄງການ MICRO4ASIA ໄດ້ຈັດກອງປະຊຸມເປີດຕົວໂຄງການຢ່າງເປັນທາງການ

ໂຄງການ MICRO4ASIA ໄດ້ຈັດກອງປະຊຸມເປີດຕົວໂຄງການຢ່າງເປັນທາງການ

15.03.2025

 

ໂຄງການ MICRO4ASIA ໄດ້ຈັດກອງປະຊຸມເປີດຕົວໂຄງການຢ່າງເປັນທາງການ

ໂຄງການ MICRO4ASIA ໄດ້ຈັດຕັ້ງກອງປະຊຸມເປີດຂື້ນຢ່າງເປັນທາງການໃນວັນທີ 13-14 ມີນາ 2025 ທີ່ມະຫາວິທະຍາໄລ ມາຊາຣິກ, ເມືອງ ເບຼີໂນ, ສາທາລະນະລັດເຊັກ. ຫອງປະຊຸມໄດ້ດຳເນີນໄປເປັນເວລາສອງວັນ ແລະ ຈົບລົງດ້ວຍຜົນສຳເລັດເປັນຢ່າງດີ. ກອງປະຊຸມໄດ້ເລີ້ມຕົ້ນດ້ວຍການຮ່ວມມືລະຫວ່າງ 10 ມະຫາວິທະຍາໄລ ແລະ ສະຖາບັນຄູ່ຮ່ວມງານເພື່ອປັບປຸງເສີມຂະຫຍາຍຄຸນນະພາບ ແລະ ການຮ່ວມມືສາກົນຂອງການສຶກສາຊັ້ນສູງໃນ ສສ ຫວຽດນາມ ແລະ ສປປ ລາວ ໃຫ້ທັນສະໄໝ.

ໂຄງການ MICRO4ASIA, ໄດ້ຮັບທຶນຊ່ວຍເຫຼືອຈາກໂຄງການແຜນງານ Erasmus+ ຂອງສະຫະພາບເອີຣົບ (ການສ້າງຂີດຄວາມສາມາດໃນການສຶກສາຊັ້ນສູງ) ໄດ້ລວມເອົາສະຖາບັນຕ່າງໆຈາກເອີຣົບ ແລະ ອາຊີຕາເວັນອອກສຽງໃຕ້, ປະກອບມີ:

  • ມະຫາວິທະຍາໄລ ມາຊາຣິກ (ສາທາລະນະລັດເຊັກ)
  • ມະຫາວິທະຍາໄລ ເຊຍນາ (ອິຕາລີ)
  • ມະຫາວິທະຍາໄລ ດູໂບຼນິກ (ໂຄຣເອເຊຍ)
  • ສະຖາບັນຝຶກອົບຮົມຂັ້ນສູງດ້ານນະໂຍບາຍຊຸມຊົນ (ເບວຢຽມ)
  • ມະຫາວິທະຍາໄລເສດຖະກິດແຫ່ງຊາດ (ຫວຽດນາມ)
  • ມະຫາວິທະຍາໄລທະນາຄານນະຄອນໂຮ່ຈິມິນ (ຫວຽດນາມ)
  • ມະຫາວິທະຍາໄລແຫ່ງຊາດລາວ (ລາວ)
  • ສະຖາບັນທະນາຄານລາວ (ລາວ)
  • ມະຫາວິທະຍາໄລຈຳປາສັກ (ລາວ)
  • ມະຫາວິທະຍາໄລເສດຖະສາດນະຄອນໂຮ່ຈິມິນ (ຫວຽດນາມ)

 

ໃນກອງປະຊຸມ, ຄູ່ຮ່ວມງານໂຄງການໄດ້ມີສ່ວນຮ່ວມໃນການສົນທະນາແລກປ່ຽນກ່ຽວກັບຫົວຂໍ້ໂຄງການ, ໂດຍສຸມໃສ່ໃບຢັ້ງຢືນຈຸລະພາກ. ໂດຍການນຳສະເໜີຂອງ ທ່ານ  Mgr. Tomáš Chaloupka ຈາກມະຫາວິທະຍາໄລ ມາຊາຮິກ, ເຊິ່ງໄດ້ຄົ້ນຄວ້າຂອບວຽກງານແຫ່ງຊາດສຳລັບໃບຢັ້ງຢືນວິຊາຊີບລາຍວິຊາໃນສາທາລະນະລັດເຊັກ ແລະ ການຈັດຕັ້ງປະຕິບັດຢູ່ບັນດາມະຫາວິທະຍາໄລຕ່າງໆ. ກອງປະຊຸມໄດ້ເປີດໂອກາດສຳລັບການແລກປ່ຽນໃນການປະຕິບັດວຽກງານໃຫ້ດີທີ່ສຸດ, ເພີ່ມທະວີຄວາມເຂົ້າໃຈ ແລະ ສົ່ງເສີມການແລກປ່ຽນທີ່ມີຄວາມໝາຍລະຫວ່າງຄູ່ຮ່ວມງານໃນອາຊີ ແລະ ເອີຣົບໃນຂົງເຂດການອອກໃບຢັ້ງຢືນວິຊາຊີບຂະໜາດນ້ອຍ.

ກອງປະຊຸມຍັງໄດ້ຊີ້ໃຫ້ເຫັນຈຸດປະສົງລວມ, ຜົນໄດ້ຮັບ ແລະ ກິດຈະກຳຫຼັກໆຂອງໂຄງການ. ຄູ່ຮ່ວມງານໄດ້ທົບທວນຄືນວິທີການ, ແຜນການຈັດຕັ້ງປະຕິບັດ ແລະ ຍຸດທະສາດເພື່ອບັນລຸເປົ້າໝາຍສຳຄັນໃນການເຮັດວຽກຮ່ວມກັນເພື່ອກຳນົດບົດບາດ,   ເປົ້າໝາຍ ແລະ ຮັບປະກັນການປະສານງານທີ່ມີປະສິດທິພາບ. ກອງປະຊຸມຄູ່ຮ່ວມງານຍັງໄດ້ເສີມສ້າງການຮ່ວມມືທີ່ເຂັມແຂງຕື່ມອີກ ແລະ ການວາງພື້ນຖານສຳລັບແຜນການປະຕິບັດວຽກງານທີ່ຊັດເຈນໃນຂັ້ນຕອນຕໍ່ໄປຂອງໂຄງການ.

ຈຸດປະສົງຂອງໂຄງການ MICRO4ASIA

MICRO4ASIA ໄດ້ຖືກອອກແບບມາເພື່ອບັນລຸຈຸດປະສົງຫຼັກ 03 ຢ່າງຄື:

1) ການຍົກລະດັບລະບົບການສຶກສາຊັ້ນສູງໃນ ສສ ຫວຽດນາມ ແລະ ສປປ ລາວ – ໂດຍການສົ່ງຕໍ່ວິທີການພັດທະນາໃບຢັ້ງຢືນວິຊາຊີບຂະໜາດນ້ອຍທີ່ອີງໃສ່ການອ້າງອີງຫຼັກສູດມາດຕະຖານຂອງສະຫະພາບເອີຣົບ.

2) ເສີມຂະຫຍາຍການເຊື່ອມໂຍງສາກົນທາງດ້ານວິຊາການ – ໂດຍການພັດທະນາກົນໄກການຮັບຮູ້ຮ່ວມກັນສໍາລັບໃບຢັ້ງ ຢືນວິຊາຊີບຂະໜາດນ້ອຍ, ສົ່ງເສີມການເຊື່ອມໂຍງທາງດ້ານວິຊາການທັງໃນພາກພື້ນ (ອາຊີຕາເວັນອອກສຽງໃຕ້) ແລະ ສາກົນ (ເອີຣົບ-ອາຊີໃຕ້).

3) ເສີມສ້າງການເຊື່ອມໂຍງລະຫວ່າງການສຶກສາຊັ້ນສູງ ແລະ ຜູ້ປະກອບການ – ໂດຍການຮ່ວມມືພັດທະນາໃບຢັ້ງຢືນວິຊາຊີບຂະໜາດນ້ອຍທີ່ຂະຫຍາຍການຕອບສະໜອງຂອງຜູ້ຮຽນຕໍ່ກັບຄວາມຕ້ອງການຂອງຕະຫຼາດແຮງງານ, ສົ່ງເສີມການເຕີບໂຕແບບຍືນຍົງໃນບັນດາປະເທດຄູ່ຮ່ວມງານ.

 

ໂຄງການປະກອບດ້ວຍ 06 ໜ້າວຽກຫຼັກ (WPs):

  • WP1: ການຈັດຕັ້ງປະຕິບັດໂຄງການ ແລະ ການຄຸ້ມຄອງບັນດາສະຖາບັນຄູ່ຮ່ວມງານ.
  • WP2: ການສ້າງຄວາມສາມາດ ແລະ ການພັດທະນາຊັບພະຍາກອນ ສໍາລັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍ.
  • WP3: ການພັດທະນາ, ການທົດສອບ ແລະ ການຮັບຮູ້ໃບຢັ້ງຢືນວິຊາຊີບຂະໜາດນ້ອຍສຳລັບນັກສຶກສາຢ່າງໜ້ອຍ 500 ຄົນ.
  • WP4: ການສ້າງຕັ້ງກົນໄກການຮັບຮູ້ໃບຢັ້ງຢືນວິຊາຊີບລາຍວິຊາ (CRM) ດ້ວຍມາດຕະຖານ ແລະ ຕົວຊີ້ວັດທີ່ໄດ້ກຳນົດໄວ້.
  • WP5: ຮັບປະກັນຄຸນນະພາບຂອງໂຄງການຜ່ານແຜນການຮັບປະກັນຄຸນນະພາບ (QA) ທີ່ຄົບຖ້ວນ.
  • WP6: ການເຜີຍແຜ່ຄວາມຄືບໜ້າ ແລະ ຜົນໄດ້ຮັບຂອງໂຄງການຜ່ານຊ່ອງທາງການສື່ສານຕ່າງໆ.

ໂຄງການ MICRO4ASIA ເປັນບາດກ້າວທີ່ສຳຄັນຕໍ່ການປັບປຸງການສຶກສາຊັ້ນສູງໃນ ສສ ຫວຽດນາມ ແລະ ສປປ ລາວ ໃຫ້ທັນສະໄໝ, ຫຼຸດຜ່ອນຊ່ອງຫວ່າງລະຫວ່າງວິຊາການ, ອຸດສາຫະກຳ ແລະ ສົ່ງເສີມການຮ່ວມມືສາກົນ.

ຕິດຕໍ່

ອີເມວຂອງໂຄງການ: micro4asia@econ.muni.cz