Lorem ipsum dolor sit amet, consectetur adipiscing elit. Suspendisse pellentesque vel dui interdum viverra. Donec vestibulum, eros luctus blandit laoreet, augue tellus

+01145928421
blu@example.com
Image12

ສະຖາບັນຝຶກອົບຮົມຂັ້ນສູງກ່ຽວກັບນະໂຍບາຍຊຸມຊົນ (Institut De Haute Formation Aux Politiques Communautaires “IHF”) ໃນເອີຣົບ ໄດ້ປະກອບສ່ວນໃນກອງປະຊຸມສໍາມະນາ (Workshop) ຈັດຂຶ້ນທີ່ ເມືອງ ເບີໂນ

ສະຖາບັນຝຶກອົບຮົມຂັ້ນສູງກ່ຽວກັບນະໂຍບາຍຊຸມຊົນ (Institut De Haute Formation Aux Politiques Communautaires “IHF”) ໃນເອີຣົບ ໄດ້ປະກອບສ່ວນໃນກອງປະຊຸມສໍາມະນາ (Workshop) ຈັດຂຶ້ນທີ່ ເມືອງ ເບີໂນ

19.09.2025

 

ສະຖາບັນຝຶກອົບຮົມຂັ້ນສູງກ່ຽວກັບນະໂຍບາຍຊຸມຊົນ (Institut De Haute Formation Aux Politiques Communautaires IHF”) ໃນເອີຣົບ ໄດ້ປະກອບສ່ວນໃນກອງປະຊຸມສໍາມະນາ (Workshop) ຈັດຂຶ້ນທີ່ ເມືອງ ເບີໂນ

ໃນວັນທີ 15 ຫາ 18 ກັນຍາ 2025, ສະມາຊິກຂອງໂຄງການ MICRO4ASIA ໄດ້ເຕົ້າໂຮມກັນຢູ່ທີ່ ເມືອງເບີໂນ, ປະເທດ ສ.ເຊັກ (Brno, Czech Republic) ເພື່ອເຂົ້າຮ່ວມກອງປະຊຸມສໍາມະນາສາກົນ ທີ່ຈັດຂຶ້ນໂດຍ ມະຫາວິທະຍາໄລ ມາຊາຣິກ (Masaryk University). ໃນກອງປະຊຸມ ແມ່ນໄດ້ເນັ້ນໃສ່ ການພັດທະນາ ແລະ ການຮັບຮູ້ຂອງ ໃບຢັ້ງຢືນຈຸລະພາກ (Micro-Credentials) ໃນບັນດາປະເທດຄູ່ຮ່ວມມື ໃນອາຊີຕາເວັນອອກສຽງໃຕ້ ແລະ ເອີຣົບ.

ສະຖາບັນ IHF ໃນເອີຣົບ ໄດ້ເຂົ້າຮ່ວມກອງປະຊຸມທາງອອນລາຍ ໃນມື້ທໍາອິດຂອງ Workshop ປະກອບສ່ວນໃນການອໍານວຍຄວາມສະດວກໃນການປຶກສາຫາລື ແລະ ຊຸກຍູ້ວຽກງານການກະກຽມທີ່ຕິດພັນກັນກອບການຮັບຮູ້ ແລະ ການວິເຄາະປຽບທຽບ.

ໃນຖານະຄູ່ຮ່ວມມືທີ່ຮັບຜິດຊອບໃນການເຜີຍແຜ່ ແລະ ຄວາມຍືນຍົງ, ສະຖາບັນ IHF ໄດ້ມີບົດບາດຢ່າງຕັ້ງໜ້າໃນການຊ່ວຍສ້າງທິດທາງຍຸດທະສາດຂອງ Workshop ແລະ ຮັບປະກັນການປະສານງານທີ່ລາບລື່ນລະຫວ່າງບັນດາທີມງານຂອງແຕ່ລະກຸ່ມວຽກ.

ໂຄງການ MICRO4ASIA ໄດ້ຮັບທຶນສົມທົບຈາກໂຄງການ Erasmus+ ຂອງສະຫະພາບເອີຣົບ ເພື່ອສົ່ງເສີມການຫັນເປັນສາກົນຂອງສະຖາບັນສຶກສາຊັ້ນສູງໃນ ສສ ຫວຽດນາມ ແລະ ສປປ ລາວ ໂດຍການນຳສະເໜີລະບົບທີ່ມີຄຸນນະພາບສູງ ແລະ ມີຄວາມຍືດຫຍຸ່ນຂອງ ໃບຢັ້ງຢືນຈຸນລະພາກ (Micro-Credentials.)

🔗 ລາຍລະອຽດເພີ່ມເຕີມ: