Lorem ipsum dolor sit amet, consectetur adipiscing elit. Suspendisse pellentesque vel dui interdum viverra. Donec vestibulum, eros luctus blandit laoreet, augue tellus

+01145928421
blu@example.com
Image12

ກົນໄກການຮັບຮູ້ທົ່ວໄປສຳລັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍ

ກົນໄກການຮັບຮູ້ທົ່ວໄປສຳລັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍ

12.03.2026

ກົນໄກການຮັບຮູ້ທົ່ວໄປສຳລັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍ

ໃບຢັ້ງຢືນວິຊາຊີບຂະໜາດນ້ອຍກຳລັງໄດ້ຮັບຄວາມສົນໃຈຢ່າງໄວວາໃນທົ່ວໂລກ, ຍ້ອນວ່າໃບຢັ້ງຢືນທີ່ມີການປ່ຽນແປງຕາມສະພາບການ ແລະ ແນໃສ່ເປົ້າໝາຍ ເຊິ່ງຢັ້ງຢືນເຖິງທັກສະສະເພາະດ້ານ ແລະ ຜົນໄດ້ຮັບການຮຽນຮູ້. ແຕ່ຖ້າບໍ່ມີກົນໄກການຮັບຮູ້ທີ່ມີປະສິດທິພາບ, ທ່າແຮງເຕັມທີ່ຂອງພວກມັນແມ່ນຖືກຈຳກັດໃນທົ່ວສະຖາບັນ, ຂະແໜງການ ແລະ ເຂດແດນ. ໃນບົດຄວາມນີ້ ພວກເຮົາອະທິບາຍວ່າກົນໄກການຮັບຮູ້ຮ່ວມກັນແມ່ນຫຍັງ, ເປັນຫຍັງມັນຈຶ່ງເປັນປະໂຫຍດຕໍ່ສະຖາບັນການສຶກສາ, ໂຮງຮຽນ, ທຸລະກິດ ແລະ ຕະຫຼາດແຮງງານໃນ ສະຫະພາບເອີຣົບ, ພາຍລວມສະຖານະການໃນສະຫະພາບເອີຣົບປະຈຸບັນເປັນແນວໃດ, ແລະ ເປັນຫຍັງກົນໄກການຮັບຮູ້ທົ່ວໄປສາມາດປ່ຽນແປງໄດ້ສຳລັບບັນດາປະເທດເຊັ່ນ: ສສ ຫວຽດນາມ, ສປປ ລາວ ແລະ ພາກພື້ນອາຊີຕາເວັນອອກ ສ່ຽງໃຕ້ທີ່ກວ້າງຂວາງ.

ກົນໄກການຮັບຮູ້ຮ່ວມກັນແມ່ນຫຍັງ?

ກົນໄກການຮັບຮູ້ຮ່ວມກັນ (CRM) ແມ່ນຂອບການເຮັດວຽກຮ່ວມກັນຂອງກົດລະບຽບ, ມາດຕະຖານ ແລະ ການປະຕິບັດທີ່ຊ່ວຍໃຫ້ມີການປະເມີນຜົນ, ການຮັບຮູ້ ແລະ ການໂອນຍ້າຍໃບຢັ້ງຢືນວິຊາຊີບຂະໜາດນ້ອຍທີ່ສອດຄ່ອງກັນໃນທົ່ວສະຖາບັນການສຶກສາ, ຂະແໜງການ ແລະ ປະເທດຕ່າງໆ. ກຳນົດຄຳອະທິບາຍທົ່ວໄປສຳລັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍ (ເຊັ່ນ: ຜົນໄດ້ຮັບການຮຽນຮູ້, ປະລິມານວຽກ, ລະດັບ), ສອດຄ່ອງກັບຂອບການເຮັດວຽກທີ່ມີວຸດທິການສຶກສາ, ແລະ ສະໜັບສະໜູນຂະບວນການທີ່ໂປ່ງໃສສຳລັບການຮັບຮູ້ໃນລະບົບການສຶກສາ ແລະ ຕະຫຼາດແຮງງານ.

ໃນເອີຣົບ, ມີຄວາມພະຍາຍາມເຊັ່ນ: ຄຳແນະນຳຂອງຄະນະກຳມະທິການສະຫະພາບເອີຣົບກ່ຽວກັບວິທີການຂອງເອີຣົບຕໍ່ກັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍໄດ້ກ່າວເຖິງຫຼັກການ, ຄຳນິຍາມ ແລະ ມາດຕະຖານຂໍ້ມູນຮ່ວມກັນເພື່ອສະໜັບສະໜູນການຮັບຮູ້ທີ່ສາມາດເຮັດວຽກຮ່ວມກັນໄດ້ໃນທົ່ວບັນດາປະເທດສະມາຊິກ ແລະ ຂະແໜງການຕ່າງໆ.

ກົນໄກການຮັບຮູ້ຊ່ວຍສ້າງຄວາມໄວ້ວາງໃຈ, ຄວາມຊັດເຈນ ແລະ ການໂອນຍ້າຍທີ່ຈຳເປັນສຳລັບຜູ້ຮຽນ, ຜູ້ໃຫ້ບໍລິການການສຶກສາ, ແລະ ນາຍຈ້າງ.

ເປັນຫຍັງກົນໄກການຮັບຮູ້ທົ່ວໄປຈຶ່ງມີຄວາມສຳຄັນຕໍ່ສະຖາບັນການສຶກສາ, ໂຮງຮຽນ, ທຸລະກິດ ແລະ ຕະຫຼາດແຮງງານຂອງເອີຣົບ

ໃບຢັ້ງຢືນວິຊາຊີບຂະໜາດນ້ອຍສະເໜີການຮຽນຮູ້ແບບໂມດູນ, ຮູບແບບການຮຽນໄລຍະສັ້ນທີ່ຊ່ວຍໃຫ້ຜູ້ຮຽນສາມາດຍົກລະດັບທັກສະທີ່ຕອບສະໜອງໄດ້ຢ່າງຕໍ່ເນື່ອງຕະຫຼອດອາຊີບຂອງເຂົາເຈົ້າ. ກົນໄກການຮັບຮູ້ທົ່ວໄປ ເຮັດໃຫ້ຜົນໄດ້ຮັບການຮຽນຮູ້ດັ່ງກ່າວເປັນທີ່ຮູ້ຈັກ, ເຂົ້າໃຈງ່າຍ ແລະ ມີຄຸນຄ່ານອກເໜືອຈາກສະຖາບັນການສຶກສາທີ່ອອກໃບຢັ້ງຢືນ.

ມາດຕະຖານການຮັບຮູ້ທີ່ສອດຄ່ອງກັນເຮັດໃຫ້ຜູ້ຮຽນສາມາດສະສົມ, ໂອນຍ້າຍ ແລະ ນຳໃຊ້ໃບຢັ້ງຢືນວິຊາຊີບຂະໜາດນ້ອຍຄືນໃໝ່ໃນທົ່ວສະຖາບັນການສຶກສາຊັ້ນສູງ, ຜູ້ໃຫ້ບໍລິການຝຶກອົບຮົມ ແລະ ບັນດາປະເທດຕ່າງໆ. ກົນໄກການຮັບຮູ້ທົ່ວໄປ(CRM) ຊ່ວຍຫຼຸດຜ່ອນຄວາມຕ້ອງການສໍາລັບການປະເມີນຜົນຊ້ຳ ແລະ ຂັ້ນຕອນການຮັບຮູ້ແຕ່ລະກໍລະນີ.  ດັ່ງນັ້ນ, ຈຶ່ງຊ່ວຍສະໜັບສະໜູນການເຄື່ອນໄຫວທາງດ້ານວິຊາການ, ການເຄື່ອນຍ້າຍແຮງງານ ແລະ ການຍົກລະດັບທັກສະຂ້າມປະເທດພາຍໃນເອີຣົບ.

ນາຍຈ້າງຕ້ອງການຫາຫຼັກຖານທັກສະສະເພາະດ້ານຂອງວຽກຫຼາຍຂຶ້ນ. ເມື່ອໃບຢັ້ງຢືນວິຊາຊີບຂະໜາດນ້ອຍຖືກຮັບຮູ້ຕາມເງື່ອນໄຂທົ່ວໄປ, ການຈ້າງງານ ແລະ ການພັດທະນາທັກສະຈະມີປະສິດທິພາບຫຼາຍຂຶ້ນ. ສິ່ງນີ້ຊ່ວຍສະໜັບສະໜູນການຮັບສະໝັກວຽກ, ການພັດທະນາວິຊາຊີບ ແລະ ການຕອບສະໜອງຕໍ່ຄວາມຕ້ອງການແຮງງານທີ່ປ່ຽນແປງໄປ.

ຖ້າບໍ່ມີກົນໄກການຮັບຮູ້ໃບຢັ້ງຢືນວິຊາຊີບຂະໜາດນ້ອຍໃດໜື່ງ, ການຮັບຮູ້ມັກຈະອີງໃສ່ຂະບວນການສະເພາະ ເຊັ່ນ: ການຮັບຮູ້ການຮຽນຮູ້ກ່ອນໜ້ານີ້ ຫຼື ຂໍ້ຕົກລົງສອງຝ່າຍລະຫວ່າງສະຖາບັນການສຶກສາຕ່າງໆ. ສິ່ງເຫຼົ່ານີ້ອາດຈະຊ້າ, ບໍ່ສອດຄ່ອງ ແລະ ໃຊ້ຊັບພະຍາກອນຫຼາຍ. ກົນໄກການຮັບຮູ້ວິຊາຊີບຂະໜາດນ້ອຍສາມາດປັບປຸງຂັ້ນຕອນ ແລະ ຊ່ວຍປະສົມປະສານໃບຢັ້ງຢືນວິຊາຊີບຂະໜາດນ້ອຍເຂົ້າໃນຂະບວນການການສຶກສາຢ່າງເປັນທາງການ.

ສະພາບຄວາມທັນສະໄໝໃນເອີຣົບ

ເອີຣົບແມ່ນໜຶ່ງໃນພາກພື້ນທີ່ມີການເຄື່ອນໄຫວຫຼາຍທີ່ສຸດໃນການສົ່ງເສີມການຮັບຮູ້ໃບຢັ້ງຢືນວິຊາຊີບຂະໜາດນ້ອຍ. ໃນເດືອນມິຖຸນາ 2022, ສະພາຂອງສະຫະພາບເອີຣົບໄດ້ຮັບຮອງເອົາຄໍາແນະນໍາທີ່ສົ່ງເສີມວິທີການຮ່ວມກັນໃນການຮັບຮູ້ໃບຢັ້ງຢືນວິຊາຊີບຂະໜາດນ້ອຍເພື່ອເສີມຂະຫຍາຍການຮຽນຮູ້ຕະຫຼອດຊີວິດ ແລະ ການຈ້າງງານ.

ປະຈຸບັນຄວາມຄືບໜ້າໃນເອີຣົບໄດ້ລວບລວມການພັດທະນາຄໍານິຍາມ ແລະ ມາດຕະຖານສໍາລັບໃບຢັ້ງຢືນວິຊາຊີບຂະໜາດນ້ອຍຮ່ວມກັນ, ຂອບການທົດລອງທີ່ສອດຄ່ອງກັບຄໍາອະທິບາຍໃບຢັ້ງຢືນວິຊາຊີບຂະໜາດນ້ອຍກັບຂອບຄຸນວຸດທິການສຶກສາຂອງເອີຣົບແລະ ລະບົບໜ່ວຍກິດ ເຊັ່ນ: ECTS, ແລະ ການສໍາຫຼວດໂຄງສ້າງພື້ນຖານດິຈິຕອນສໍາລັບການຮັບຮອງ ແລະ ການແລກປ່ຽນທີ່ປອດໄພ, ລວມທັງໂຄງສ້າງພື້ນຖານໃບຢັ້ງຢືນແບບດິຈິຕອນຂອງເອີຣົບ.

ເຖິງຢ່າງໃດກໍ່ຕາມ, ຍັງມີສິ່ງທ້າທາຍຢ່າມີໄລຍະສຳຄັນ. ການຂາດການຮັບປະກັນຄຸນນະພາບທີ່ສອດຄ່ອງ ແລະ ຂັ້ນຕອນການຮັບຮູ້ທີ່ໄດ້ມາດຕະຖານເຮັດໃຫ້ການຮັບຮູ້ໃບຢັ້ງຢືນວິຊາຊີບຂະໜາດນ້ອຍຍາກທີ່ຈະປຽບທຽບລະຫວ່າງປະເທດ ແລະ ຂະແໜງການຕ່າງໆ. ການປະຕິບັດການຮັບຮູ້ທີ່ແຕກຕ່າງ; ມີລັກສະນະຫຼາຍຮູບແບບ, ຊື່ ແລະ ພື້ນທີ່ (platform) ການອອກໃບຢັ້ງຢືນ; ຈຳກັດການເຮັດວຽກຮ່ວມກັນ ແລະ ເຮັດໃຫ້ຄວາມໄວ້ວາງໃຈຂອງນາຍຈ້າງຫຼຸດລົງ. ນອກຈາກນັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈທີ່ບໍ່ສະເໝີພາບໃນບັນດານັກການສຶກສາ, ນາຍຈ້າງ ແລະ ຜູ້ຮຽນເຮັດໃຫ້ການຮັບຮູ້ໃບຢັ້ງຢືນຊ້າລົງ, ໃນຂະນະທີ່ຄວາມສັບສົນດ້ານການບໍລິຫານຍັງຄົງຢູ່, ຍ້ອນວ່າການຮັບຮູ້ມັກຈະອີງໃສ່ການປະເມີນແບບກໍລະນີຕໍ່ກໍລະນີທີ່ໃຊ້ຊັບພະຍາກອນຫຼາຍ.

ໃນທາງປະຕິບັດ, ໝາຍຄວາມວ່າ ເຖິງຈະມີຄວາມຄືບໜ້າໄປສູ່ລະບົບນິເວດຂອງເອີຣົບທີ່ສອດຄ່ອງກັນຫຼາຍຂຶ້ນ, ແຕ່ກົນໄກການຮັບຮູ້ທີ່ສາມາດເຮັດວຽກຮ່ວມກັນໄດ້ຢ່າງສົມບູນ ແລະ ສາມາດປັບຂະໜາດໄດ້ນັ້ນຍັງຢູ່ໃນລະຫວ່າງການພັດທະນາ.

ເປັນຫຍັງ ກົນໄກການຮັບຮູ້ຈຶ່ງເປັນປະໂຫຍດໃນ ສສ ຫວຽດນາມ, ສປປ ລາວ ແລະ ອາຊີຕາເວັນອອກສຽງໃຕ້

ໃບຢັ້ງຢືນວິຊາຊີບຂະໜາດນ້ອຍກຳລັງໄດ້ຮັບຄວາມນິຍົມໃນອາຊີ, ແຕ່ປະຈຸບັນຫຼາຍປະເທດຍັງຂາດລະບົບທີ່ເຂັ້ມແຂງສຳລັບການຮັບຮູ້ນອກເໜືອຈາກສະຖາບັນທີ່ອອກໃບຢັ້ງຢືນ. ໃນສະພາບການນີ້, ກົນໄກການຮັບຮູ້ສາມາດແກ້ໄຂ ແລະ ມີຜົນປະໂຫຍດຢ່າງຫຼວງຫຼາຍ.

ກ່ອນອື່ນໝົດ, ກົນໄກການຮັບຮູ້ລະດັບພາກພື້ນຕ້ອງສອດຄ່ອງກັບການປະຕິບັດຂອງເອີຣົບ ແລະ ສາກົນ ຈະຊ່ວຍໃຫ້ຜູ້ຮຽນ ແລະ ສະຖາບັນຕ່າງໆໃນ ສສ ຫວຽດນາມ, ສປປ ລາວ ແລະ ອາຊີຕາເວັນອອກສຽງໃຕ້ ສາມາດປຽບທຽບໃນລະດັບໂລກ, ສົ່ງເສີມການເຄື່ອນຍ້າຍ ແລະ ການຮ່ວມມືສາກົນ. ເຊີ່ງໂຄງການ MICRO4ASIA ມີຈຸດປະສົງເພື່ອພັດທະນາກົນໄກດັ່ງກ່າວເປັນສ່ວນໜຶ່ງຂອງວຽກງານຫຼັກເພື່ອເສີມຂະຫຍາຍການຮັບຮູ້ເຊິ່ງກັນ ແລະ ກັນຂອງໃບຢັ້ງຢືນວິຊາຊີຍຂະໜາດນ້ອຍ.

ຢ່າງທີ່ສອງ, ໃນບັນດາປະເທດເຊັ່ນ: ສສ ຫວຽດນາມທີ່ພົບກັບບັນຫາຄວາມບໍ່ສອດຄອງກັນຂອງທັກສະໃນຕະຫຼາດແຮງງານ ແລະ ການປ່ຽນແປງຢ່າງວ່ອງໄວຂອງຄວາມຕ້ອງການໃນອຸດສາຫະກໍາ, ໃບຢັ້ງຢືນວິຊາຊີຍຂະໜາດນ້ອຍ ເປັນທາງເລືອກທີ່ປ່ຽນແປງໄປຕາມສະພາບການໃນການພັດທະນາທັກສະແຮງງານຂອງກົນໄກການຮັບຮູ້ ຊ່ວຍໃຫ້ທາງເລືອກເຫຼົ່ານີ້ເປັນໄປໄດ້, ມີຄຸນຄ່າ ແລະ ສາມາດເຮັດວຽກຮ່ວມກັນໄດ້ໃນທົ່ວຂະແໜງການສຶກສາ ແລະ ການຈ້າງງານ.

ສຸດທ້າຍແຕ່ບໍ່ທ້າຍສຸດ, ຖ້າບໍ່ມີກົນໄກການຮັບຮູ້ຮ່ວມກັນ, ນາຍຈ້າງອາດຈະບໍ່ແນ່ໃຈວ່າຈະແປຄວາມໝາຍ ແລະ ໄວ້ວາງໃຈໃບຢັ້ງຢືນວິຊາຊີຍຂະໜາດນ້ອຍໄດ້ແນວໃດ. ກົນໄກການຮັບນູ້ຮ່ວມກັນຈະຊ່ວຍສ້າງຄວາມໝັ້ນໃຈໃນຄຸນນະພາບ ແລະ ຄວາມສອດຄ່ອງຂອງໃບຢັ້ງຢືນດັ່ງກ່າວ, ສົ່ງເສີມໃຫ້ມີການນໍາໄປໃຊ້ໃນການຈ້າງງານ ແລະ ການພັດທະນາວິຊາຊີບ.

ຕິດຕໍ່

Contact: www.micro4asia.eu

 

#ໃບຢັ້ງຢືນວິຊາຊີບຂະໜາດນ້ອຍ #ການຮຽນຮູ້ຕະຫຼອດຊີວິດ #ການສຶກສາຊັ້ນສູງ #ການສ້າງຂີດຄວາມສາມາດ #ຕະຫຼາດແຮງງານ #ຄວາມເປັນສາກົນ #MICRO4ASIA #ERASMUS+ #EACEA #europeanunion #ກົນໄກການຮັບຮູ້ຮ່ວມກັນ #CRM