ຄູ່ຮ່ວມງານ ຈາກ ສສ ຫວຽດນາມ ແລະ ສປປ ລາວ ໄດ້ກັບຄືນມາ ດູບຣົວນິກ (Dubrovnik) ຄັ້ງທີສອງ ເພື່ອເຂົ້າຮ່ວມກອງປະຊຸມ ວິຊາການໂຄງການ MICRO4ASIA
26.06.2026
ຄູ່ຮ່ວມງານ ຈາກ ສສ ຫວຽດນາມ ແລະ ສປປ ລາວ ໄດ້ກັບຄືນມາ ດູບຣົວນິກ (Dubrovnik) ຄັ້ງທີສອງ ເພື່ອເຂົ້າຮ່ວມກອງປະຊຸມ ວິຊາການໂຄງການ MICRO4ASIA
ນັກວິຊາການ ແລະ ພະນັກງານ ຈາກມະຫາວິທະຍາໄລທີ່ເປັນຄູ່ຮ່ວມງານຂອງໂຄງການຈາກ ຫວຽດນາມ ແລະ ລາວ ໄດ້ກັບຄືນມາ ມະຫາວິທະຍາໄລ ດູບຣົວນິກ (University of Dubrovnik – UNIDU) ເປັນຄັ້ງທີ 2 ເພື່ອເຂົ້າຮ່ວມການຝຶກອົບຮົມວິຊາການດ້ານການການພັດທະນາຫຼັກສູດໜ່ວຍກິດຍ່ອຍ (Micro-credential) ໃນວັນທີ 23 ຫາ 26 ມິຖຸນາ. ກອງປະຊຸມຄັ້ງນີ້ ແມ່ນເປັນການສືບຕໍ່ການຝຶກອົບຮົມ ໃນເດືອນມີນາທີ່ຜ່ານມາ ເຊິ່ງໄດ້ດຳເນີນຕາມວາລະທີ່ໄດ້ວາງໄວ້ເພື່ອໃຫ້ສະຖາບັນຄູ່ຮ່ວມງານຂອງໂຄງການ ໄດ້ຮັບການຝຶກອົບຮົມ ໃນການພັດທະນາຫຼັກສູດໜ່ວຍກິດຍ່ອຍ ທັງໃນ ຮູບແບບອອນໄລນ໌ (Online) ແລະ ແບບປະສົມປະສານ (Hybrid) ທີ່ສາມາດຈັດຕັ້ງປະຕີບັດໄດ້ຈິງ. .
ເລີ່ມຕົ້ນການຝຶກອົບຮົມຄັ້ງນີ້ ແມ່ນຈັດຂຶ້ນຢູ່ທີ່ຫ້ອງການອະທິການບໍດີ ຂອງມະຫາວິທະຍາໄລ ດູບຣົວນິກ ແລະ ຈາກນັ້ນ ຄະນະຜູ້ແທນແລະທີມງານໄດ້ຍ້າຍໄປ ທີ່ຫ້ອງສະຕູດິໂອ ເພື່ອຢ້ຽມຊົມສະຖານທີ່ ແລະ ອຸບປະກອນ ສຳລັບການອັດວິດິໂອການຮຽນ-ການສອນ ໂດຍການນຳພາຂອງ ທ່ານ Ante Tolja. ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຢ້ຽມຊົມເບິ່ງ ອຸບປະກອນການຜະສິດ ພາບ ແລະ ສຽງຕ່າງໆ (Audiovisual equipment) ບໍ່ວ່າຈະເປັນ ກ້ອງຖ່າຍພາບວິດີໂອ, ຊຸດລະບົບໄຟ ແລະ ລະບົບສຽງ ຂອງມະຫາວິທະຍາໄລ ເຊິ່ງສະຖາບັນຂອງຄູ່ຮ່ວມງານແມ່ນໄດ້ຈັດຊື້ອຸບປະກອນເຫຼົ່ານີ້ ໂດຍຜານການສະໜັບສະໜູນດ້ານງົບປະມານຈາກໂຄງການເຊັ່ນດຽວກັນ. ນີ້ຖືເປັນການກະກຽມຄວາມ ພ້ອມໃຫ້ແກ່ຜູ້ເຂົ້າຮ່ວມໃນການຝຶກອົບຮົມໃນມື້ ຖັດໄປ.
ໃນມື້ຕໍ່ມາຂອງການຝຶກອົບຮົມ, ແມ່ນໄດ້ເນັ້ນໃສ່ການນຳໃຊ້ ຫ້ອງສະຕູດີໂອ ແລະ ອຸບປະກອນຕົວຈິງ. ທ່ານ. ນາງ Ivana Hladilo ແລະ ທ່ານ. ນາງ. Ivana Grkeš Tošović ໄດ້ຈັດສາຍວິດີໂອ ຫຼັກສູດໜ່ວຍກິດຍ່ອຍ ທີ່ໄດ້ເຮັດການຕັດຕໍ່ ໂດຍການນຳໃຊ້ອຸປະກອນຂອງໂຄງການທັງໝົດ, ເຊິ່ງໄດ້ ມີການສົນທະນາ ແລກປ່ຽນຄວາມຄິດເຫັນກັນລະຫວ່າງຜູ້ເຂົ້າຮ່ວມ ແລະ ຜູ້ຝຶກ. ຫຼັງຈາກນັ້ນຜູ້ເຂົ້າຮ່ວມໄດ້ແບ່ງເປັນສອງກຸ່ມ ເພື່ອທົດລອງຝຶກການຖ່າຍທຳຈິງ. ຫຼັງຈາກນັ້ນ, ທ່ານ Ante Tolja ໄດ້ນຳພາ ຜູ້ເຂົ້າຮ່ວມຮຽນຮູ້ ຂັ້ນຕອນ ການຜະລິດ, ນັບຕັ້ງແຕ່ການຈັດວາງຕຳແໜ່ງກ້ອງຖ່າຍ, ການຈັດແສງ ແລະ ການຕິດຕັ້ງໄມໂຄຣໂຟນ ເຖິງການເລືອກຮູບແບບການຕັດຕໍ່. ແຕ່ລະທີມໄດ້ທົດລອງ ຖ່າຍທໍາຈິງທັງຢູ່ເບື່ອງໜ້າ ແລະ ເບື້ອງຫຼັງ ແລະທຳການບັນທຶກວິດີໂອການນຳສະເໜີຂອງແຕ່ລະຄົນຕາມຫົວຂໍ້ທີ່ເລືອກ ມີຄວາມຍາວ 3 ນາທີ.
ການປິດການຝຶກອົບຮົມຄັ້ງນີ້ແມ່ນຈັດຢູ່ທີ່ ຄະນະເສດຖະສາດ ແລະ ທຸລະກິດ (Faculty of Economics and Business), ເຊິ່ງຜູ້ເຂົ້າຮ່ວມໄດ້ແລກປ່ຽນຄວາມຄິດເຫັນ ແລະ ຖອດຖອນບົດຮຽນ ກ່ຽວກັບສິ່ງທີ່ ໄດ້ຮຽນຮູ້. ຈາກນັ້ນ Prof. Barbara Puh ແລະ Prof. Ivana Pavlic ໄດ້ແນະນຳ ແລະ ຢ້ຽມຊົມ ສູນວິໄຈ AXON (AXON Research Centre). ເຊິ່ງຜູ້ເຂົ້າຮ່ວມຈາກສະຖາບັນຄູ່ຮ່ວມງານ ໄດ້ຮຽນຮູ້ການດຳ ເນີນງານ ຂອງສູນຄົ້ນຄ້ວາດ້ານວິທະຍາສາດພຶດຕິກຳ (Behavioural science) ແລະ ການຕະຫຼາດທາງລະບົບປະສາດ (Neuromarketing) ລວມທັງອຸປະກອນທີ່ນຳໃຊ້ ເຂົ້າໃນການສຶກສາ ພຶດຕິກຳ ແລະ ການຕັດສິນໃຈຂອງຜູ້ບໍລິໂພກ, ເຊິ່ງເປັນການປິດທ້າຍການຝຶກອົບຮົມທີ່ໄດ້ເນັ້ນໃສ່ ເຕັກໂນໂລຊີ ແລະ ເຕັກນິກການເລົ່າເລື່ອງຜ່ານກ້ອງ (Storytelling on camera).
ການຝຶກອົບຮົມຄັ້ງນີ້ ເຊິ່ງເປັນຄັ້ງທີ 2 ໃນການຝຶກອົບຮົມດ້ານວິຊາການຂອງໂຄງການ MICRO4ASIA (Deliverable 2.3) ຖືເປັນຂີດໝາຍຄວາມສຳເລັດທີ່ສຳຄັນໃນການ ສະໜັບສະໜູນ ມະຫາວິທະຍາໄລ ໃນຫວຽດນາມ ແລະ ລາວ ໃນການອອກແບບ ແລະ ຈັດຕັ້ງປະຕິບັດຫຼັກສູດໜ່ວຍກິດຍ່ອຍ ໃຫ້ສອດຄ່ອງ ກັບມາດຕະຖານຂອງເອີຣົບ. ຫຼັງຈາກທີ່ບຸກຄະລາກອນ ໄດ້ຮັບການຝຶກອົບຮົມ, ສະຖາບັນຄູ່ຮ່ວມງານ ຈະມີຄວາມພ້ອມໃນການຜະລິດສື່ການຮຽນ-ການສອນ ດິຈິຕອນ ແລະ ສາມາດຈັດຕັ້ງປະຕິບັດຫຼັກສູດໜ່ວຍກິດຍ່ອຍ ໄດ້ຢ່າງເປັນເອກະລາດ ພາຍໃຕ້ກອບການ ຂອງໂຄງການ.





