ຄູ່ຮ່ວມງານ ຈາກ ສສ ຫວຽດນາມ ແລະ ສປປ ລາວ ໄດ້ກັບຄືນມາ ດູບຣົວນິກ (Dubrovnik) ຄັ້ງທີສອງ ເພື່ອເຂົ້າຮ່ວມກອງປະຊຸມ ວິຊາການໂຄງການ MICRO4ASIA
ນັກວິຊາການ ແລະ ພະນັກງານ ຈາກມະຫາວິທະຍາໄລທີ່ເປັນຄູ່ຮ່ວມງານຂອງໂຄງການຈາກ ຫວຽດນາມ ແລະ ລາວ ໄດ້ກັບຄືນມາ ມະຫາວິທະຍາໄລ ດູບຣົວນິກ (University of Dubrovnik - UNIDU) ເປັນຄັ້ງທີ 2 ເພື່ອເຂົ້າຮ່ວມການຝຶກອົບຮົມວິຊາການດ້ານການການພັດທະນາຫຼັກສູດໜ່ວຍກິດຍ່ອຍ (Micro-credential) ໃນວັນທີ 23 ຫາ 26 ມິຖຸນາ. ກອງປະຊຸມຄັ້ງນີ້ ແມ່ນເປັນການສືບຕໍ່ການຝຶກອົບຮົມ ໃນເດືອນມີນາທີ່ຜ່ານມາ ເຊິ່ງໄດ້ດຳເນີນຕາມວາລະທີ່ໄດ້ວາງໄວ້ເພື່ອໃຫ້ສະຖາບັນຄູ່ຮ່ວມງານຂອງໂຄງການ ໄດ້ຮັບການຝຶກອົບຮົມ ໃນການພັດທະນາຫຼັກສູດໜ່ວຍກິດຍ່ອຍ ທັງໃນ ຮູບແບບອອນໄລນ໌ (Online) ແລະ ແບບປະສົມປະສານ (Hybrid) ທີ່ສາມາດຈັດຕັ້ງປະຕີບັດໄດ້ຈິງ. .
Read More